ແຜນງານພັດທະນາຂະແໜງພະລັງງານ ສໍາລັບການປ່ອຍແກ໊ສເຮືອນແກ້ວສຸດທິເປັນສູນ ຂອງ ສປປ ລາວ

ແຜນງານພັດທະນາຂະແໜງພະລັງງານ ສໍາລັບການປ່ອຍແກ໊ສເຮືອນແກ້ວສຸດທິເປັນສູນ ຂອງ ສປປ ລາວ

ແຜນງານພັດທະນາຂະແໜງພະລັງງານ ສໍາລັບການປ່ອຍແກ໊ສເຮືອນແກ້ວສຸດທິເປັນສູນ ຂອງ ສປປ ລາວ
ເພື່ອສະໜັບສະໜູນຄວາມມຸ່ງໝັ້ນຂອງ ສປປ ລາວ ໃນການບັນລຸເປົ້າໝາຍການປ່ອຍແກ໊ສເຮືອນແກ້ວສຸດທິເປັນສູນ ພາຍໃນປີ 2050 ດັ່ງທີ່ໄດ້ລະບຸໄວ້ໃນ ແຜນງານແຫ່ງຊາດ ການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC),

 ສູນພະລັງງານອາຊຽນ (ACE) ໄດ້ເປີດໂຕ ບົດສຶກສາສໍາຄັນ ພາຍໃຕ້ຫົວຂໍ້ “ແຜນງານພັດທະນາຂະແໜງພະລັງງານ ສໍາລັບການປ່ອຍແກ໊ສເຮືອນແກ້ວສຸດທິເປັນສູນ ຂອງ ສປປ ລາວ”.

ງານເປີດໂຕ ແຜນງານດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 25 ມີນາ ນີ້ ທີ່ນະຄອນຫຼວງວຽງຈັນ, ຮ່ວມກ່າວເປີດກອງປະຊຸມໂດຍ ທ່ານ ນາງ ສັນຕິສຸກ ພິມພະຈັນ ຫົວໜ້າເຈົ້າໜ້າທີ່ອະວຸໂສພະລັງງານອາຊຽນ (SOE) ຂອງ ສປປ ລາວ ແລະ ທ່ານ ຊູລຟິກາ ຢູລນາຍດິ (Zulfikar Yurnaidi) ຜູ້ຈັດການພະແນກສ້າງແບບຈໍາລອງພະລັງງານ ແລະ ການວາງແຜນນະໂຍບາຍ (MPP) ຂອງ ACE; ມີ ທ່ານ ນາງ ອໍດິລລາ ນໍ໌ ຣາຄີມາຮ (Aldilla Noor Rakhiemah) ຜູ້ຈັດການໂຄງການປ່ຽນແປງດິນຟ້າອາກາດ ແລະ ພະລັງງານອາຊຽນ (ACCEPT) ພ້ອມດ້ວຍບັນດາທ່ານຈາກພາກສ່ວນກ່ຽວຂ້ອງຈາກພາກລັດ, ລັດວິສາຫະກິດ ແລະ ພາກເອກະຊົນຢູ່ລາວເຂົ້າຮ່ວມ.

ທ່ານ ນາງ ສັນຕິສຸກ ພິມພະຈັນ ກ່າວວ່າ: ງານສໍາຄັນດັ່ງກ່າວນີ້ ແມ່ນຈັດຂຶ້ນເພື່ອສະແດງເຖິງຄວາມມຸ່ງໝັ້ນຂອງ ສປປ ລາວ ໃນການນໍາພາພາກພື້ນກ້າວເຂົ້າສູ່ຄວາມຍືນຍົງ ແລະ ປ່ອຍກາກບອນຕໍ່າໃນອະນາຄົດ. ບົດບາດສໍາຄັນຂອງ ACE ກໍເພື່ອສົ່ງເສີມການຮ່ວມມືລະດັບພາກພື້ນໃນຂະແໜງພະລັງງານ ຄຽງຄູ່ກັບຂໍ້ຄິດລິເລີ່ມໃນການປ່ອຍກາກບອນຕໍ່າອື່ນໆ ຊຶ່ງມີຄວາມສໍາຄັນໃນການບັນລຸເປົ້າໝາຍດ້ານດິນຟ້າອາກາດ ແລະ ພະລັງງານຂອງພວກເຮົາ. ຜົນການຄົ້ນພົບຈາກບົດສຶກສາທ່າອ່ຽງດ້ານພະລັງງານ ອາຊຽນ ສະບັບທີ 8 (AEO8) ເປັນເອກະສານສິ່ງພິມສໍາຄັນ ຂອງ ACE ຈະຖືກນໍາມາເຜີຍແຜ່ຜ່ານງານກິດຈະກໍາລະດັບຊາດ ໃນທົ່ວປະເທດສະມາຊິກອາຊຽນ (AMS), ເພື່ອສະໜັບສະໜູນໃຫ້ມີການແບ່ງປັນຄວາມຮູ້ ແລະ ການສ້າງຄວາມສາມາດໃນທົ່ວພາກພື້ນ. ສໍາລັບ ສປປ ລາວ, ເຊິ່ງເປັນປະເທດທໍາອິດທີ່ຮ່ວມມືກັບ ACE ໃນການພັດທະນາບົດສຶກສາລະດັບຊາດຮ່ວມກັນ ກ່ຽວກັບເສັ້ນທາງສູ່ການປ່ອຍແກັສເຮືອນແກ້ວສຸດທິເປັນສູນ, ໂດຍສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຢ່າງແຮງກ້າຂອງ ACE ໃນການຫັນປ່ຽນດ້ານພະລັງງານ ແລະ ການສົ່ງເສີມນະວັດຕະກໍາເພື່ອອະນາຄົດທີ່ຍືນຍົງ.

ທ່ານ ຊູລຟິກາ ຢູລນາຍດິ ໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງການສ້າງແນວທາງການວາງແຜນລະດັບຊາດ ແລະ ພາກພື້ນໃຫ້ສອດຄ່ອງກັນ, ໂດຍກ່າວວ່າ: ບົດສຶກສາທ່າອ່ຽງດ້ານພະລັງງານ ອາຊຽນ ສະບັບທີ 8 ໄດ້ນໍາສະເໜີກ່ຽວກັບສະພາບຄວາມເປັນກາງຂອງກາກບອນ (CNS) ໃນລະດັບພາກພື້ນ, ປັດຈຸບັນໄດ້ຖືກຫັນປ່ຽນເປັນແຜນງານສະເພາະຂອງປະເທດ, ໂດຍມີ ສປປ ລາວ ເປັນຄູ່ຮ່ວມງານລາຍທໍາອິດຂອງພວກເຮົາ. ຜ່ານບົດສຶກສາ AEO ແລະ ບົດສຶກສາການປ່ອຍແກັສເຮືອນແກ້ວສຸດທິເປັນສູນລະດັບຊາດ, ACE ມຸ່ງໝັ້ນທີ່ຈະໃຫ້ການສະໜັບສະໜູນປະເທດສະມາຊິກອາຊຽນ ໃນການຊຸກຍູ້ການຮ່ວມມືລະດັບພາກພື້ນ ເພື່ອບັນລຸເປົ້າໝາຍດ້ານພະລັງງານ ແລະ ດິນຟ້າອາກາດຮ່ວມກັນ.

ຂະນະທີ່, ທ່ານ ນາວ ອໍດິລລາ ນໍ໌ ຣາຄີມາຮ ກ່າວວ່າ: ການເປີດໂຕ “ແຜນງານພັດທະນາຂະແໜງພະລັງງານສໍາລັບການປ່ອຍແກັສເຮືອນແກ້ວສຸດທິເປັນສູນ ຂອງ ສປປ ລາວ” ຖືເປັນບາດກ້າວສໍາຄັນໃນການຫັນປ່ຽນດ້ານພະລັງງານຂອງ ສປປ ລາວ. ACCEPT ມີບົດບາດສໍາຄັນໃນການເສີມສ້າງຄວາມເຂັ້ມແຂງດ້ານການເຊື່ອມໂຍງລະຫວ່າງ ພະລັງງານ ແລະ ການປ່ຽນແປງດິນຟ້າອາກາດ ຜ່ານການສຶກສາວິເຄາະທີ່ຂັບເຄື່ອນດ້ວຍຂໍ້ມູນ ພ້ອມທັງເລັ່ງການຮ່ວມມືໃນລະດັບພາກພື້ນ ໂດຍສ້າງຄວາມສາມາດໃນລະດັບພາກພື້ນ. ສິ່ງດັ່ງກ່າວສອດຄ່ອງກັບເປົ້າໝາຍໄລຍະຍາວຂອງ ACCEPT ທີ່ໃຫ້ການສະໜັບສະໜູນບັນດາປະເທດສະມາຊິກອາຊຽນ ໃນການຫັນປ່ຽນສູ່ລະບົບພະລັງງານກາກບອນຕໍ່າ ແລະ ບັນລຸເປົ້າໝາຍການປ່ອຍແກັສອາຍພິດສຸດທິເປັນສູນ.

ACE ມີຄວາມມຸ່ງໝັ້ນທີ່ຈະພັດທະນາພະລັງງານກາກບອນຕໍ່າໃນອະນາຄົດ ຜ່ານການສະເໜີຄໍາແນະນໍາກ່ຽວກັບນະໂຍບາຍທີ່ອີງໃສ່ຫຼັກຖານ ແລະ ຄວາມພະຍາຍາມໃນການສ້າງຄວາມສາມາດໃນພາກພື້ນ ໂດຍໃຫ້ການສະໜັບສະໜູນອາຊຽນ ໃນການຈັດຕັ້ງປະຕິບັດຕາມວິທີການແກ້ໄຂບັນຫາພະລັງງານແບບຍືນຍົງ ແລະ ແກ້ໄຂບັນຫາຄວາມສໍາພັນລະຫວ່າງ ພະລັງງານ ແລະ ການປ່ຽນແປງດິນຟ້າອາກາດທີ່ຊັບຊ້ອນ, ໂດຍສ້າງການຮ່ວມມື ແລະ ຄວາມຊ່ຽວຊານໃນລະດັບພາກພື້ນໃຫ້ເລິກເຊິ່ງຫຼາຍຂຶ້ນ.

(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການເຮັດບັດປະຈໍາຕົວດີຈີຕອນ ເລີ່ມແຕ່ວັນທີ 17 ທັນວານີ້ເປັນຕົ້ນໄປ  ໃນຂອບເຂດທົ່ວປະເທດ

ການເຮັດບັດປະຈໍາຕົວດີຈີຕອນ ເລີ່ມແຕ່ວັນທີ 17 ທັນວານີ້ເປັນຕົ້ນໄປ ໃນຂອບເຂດທົ່ວປະເທດ

- ອີງຕາມຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະບັບເລກທີ 945/ ປກສ, ລົງວັນທີ 03 ພຶດສະພາ 2025, ເພື່ອປະຕິບັດຕາມແຈ້ງການສະບັບ ເລກທີ 8719/ຄກຖ, ລົງວັນທີ 16 ທັນວາ 2025 ເລື່ອງ: ໃຫ້ພົນລະເມືອງລາວມາເຮັດບັດປະຈຳຕົວດີຈີຕອນໃນຂອບເຂດທົ່ວປະເທດ.
ເອົາໃຈໃສ່ປົກປັກຮັກສາຊາຍແດນປະເທດໃຫ້ມີຄວາມໝັ້ນຄົງ

ເອົາໃຈໃສ່ປົກປັກຮັກສາຊາຍແດນປະເທດໃຫ້ມີຄວາມໝັ້ນຄົງ

ເຫຼົ່າຮົບກຳລັງທະຫານຊາຍແດນ ແມ່ນເຫຼົ່າຮົບໜຶ່ງທີ່ສໍາຄັນໃນຖັນແຖວກຳລັງກອງທັບ ເປັນກຳລັງຢູ່ແນວໜ້າຂອງປະເທດຊາດ ມີພາລະບົດບາດ, ໜ້າທີ່ຄຸ້ມຄອງປົກປັກຮັກສາເສັ້ນຊາຍແດນ, ຄຸ້ມຄອງຫຼັກໝາຍຊາຍແດນ ແລະ ເຄື່ອນໄຫວລາດຕະເວນຕາມບໍລິເວນຊາຍແດນໃຫ້ມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ.
ສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 ຄົບຮອບ 50 ປີ

ສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 ຄົບຮອບ 50 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 (16 ທັນວາ 1975-16 ທັນວາ 2025) ຄົບຮອບ 50 ປີ ຈັດຂຶ້ນໃນວັນທີ 16 ທັນວານີ້, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພົນຕີ ກົງທອງ ສຸຂະວົງ ກຳມະການຄະນະປະຈຳພັກກະຊວງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເຈົ້າແຂວງອັດຕະປື ພ້ອມດ້ວຍນາຍ ແລະ ພົນທະຫານທົ່ວກອງພັນໃຫຍ່ 11 ເຂົ້າຮ່ວມ.
ກົມອົບຮົມ ຄອສພ ຈັດຕັ້ງຂະບວນການແຂ່ງຂັນວຽກງານວິຊາສະເພາະ ປະຈໍາປີ 2025

ກົມອົບຮົມ ຄອສພ ຈັດຕັ້ງຂະບວນການແຂ່ງຂັນວຽກງານວິຊາສະເພາະ ປະຈໍາປີ 2025

ຕອນເຊົ້າວັນທີ 16 ທັນວາ ນີ້, ທີ່ຫ້ອງປະຊຸມນ້ອຍຊັ້ນ II ຂອງຄະນະໂຄສະນາອົບຮົມສູນກາງພັກ(ຄອສພ); ກົມອົບຮົມ ຄອສພ ໄດ້ຈັດຕັ້ງຂະບວນການແຂ່ງຂັນວິຊາສະເພາະຂອງກົມ ຄັ້ງທີ 2 ປະຈໍາປີ 2025 ພາຍໃຕ້ຫົວຂໍ້ “ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ຂອງປະທານ ໄກສອນ ພົມວິຫານ” ຊຶ່ງພິທີຈັດຂຶ້ນ ໂດຍ ການເປັນປະທານ ຂອງ ສະຫາຍ ນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ, ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການຂອງກົມອົບຮົມ ເຂົ້າຮ່ວມທັງໝົດ 17 ສະຫາຍ, ຍິງ 9 ສະຫາຍ.
ມອບ-ຮັບໜ້າທີ່ການນຳບາງພະແນກການຂອງແຂວງຊຽງຂວາງ

ມອບ-ຮັບໜ້າທີ່ການນຳບາງພະແນກການຂອງແຂວງຊຽງຂວາງ

ພິທີມອບ-ຮັບໜ້າທີ່ ການນຳຂອງຫຼາຍພະແນກການ ຂອງແຂວງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ16 ທັນວາ 2025ນີ້ ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ບຸນເຮືອງ ສຸລິໄຊ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກພັກ-ພະນັກງານຂັ້ນແຂວງ, ມີຄະນະປະຈຳພັກແຂວງ ກຳມະການພັກແຂວງ ຫົວໜ້າ ຮອງຫົວໜ້າພະແນກການ ກອງບັນຊາການ, ອົງການ ແລະ ພະນັກງານພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສມປຊ ເປີດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ ໃຫ້ເລຂາພັກເມືອງ ຊຸດທີ VIII

ສມປຊ ເປີດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ ໃຫ້ເລຂາພັກເມືອງ ຊຸດທີ VIII

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ(ສມປຊ) ໄດ້ຈັດພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດຫົວຂໍ້ສະເພາະ ໃຫ້ແກ່ເລຂາພັກເມືອງ ຊຸດທີ VIII ປະຈຳປີ 2025 ຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງ ວັນທີ 15 ທັນວານີ້, ທີ່ ສມປຊ, ພິທີດັ່ງກ່າວດຳເນີນພາຍໃຕ້ການເປັນປະທານ ແລະ ກ່າວເປີດ ຂອງທ່ານ ພູວົງ ອຸ່ນຄຳແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫນງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍມີບັນດາຄະນະພັກ-ຄະນະນຳສະຖາບັນ, ຄູ-ອາຈານ ແລະ ນັກຝຶກອົບຮົມໂດຍແມ່ນເລຂາພັກເມືອງຈາກ ທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ເຄື່ອງນຸ່ງທີ່ເປັນເອກະລັກຂອງລາວ ເຂົ້າຮ່ວມງານເດີນແບບທີ່ປາຣີ

ເຄື່ອງນຸ່ງທີ່ເປັນເອກະລັກຂອງລາວ ເຂົ້າຮ່ວມງານເດີນແບບທີ່ປາຣີ

ເພື່ອໂຄສະນາສົ່ງເສີມວັດທະນະທໍາແຜ່ນແພ ແລະ ການທ່ອງທ່ຽວຂອງຊາດລາວ, ກະຊວງວັດທະ ນະທໍາ ແລະ ການທ່ອງທ່ຽວ (ວທ), ສະຖານທູດລາວປະຈໍາປະເທດຝຣັ່ງ ຜູ້ກໍ່ຕັ້ງ Lao Fashion Week, ສະມາຄົມທຸລະກິດການທ່ອງທ່ຽວລາວ ແລະ ຫົວໜ່ວຍທຸລະກິດກ່ຽວກັບການຜະລິດແຜ່ນແພເຄື່ອງນຸ່ງທີ່ນໍາ ສະໄໝ ຮ່ວມກັນຈັດງານວັນລາວ (Lao Festival) ຂຶ້ນເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ໂດຍການເປັນປະທານຂອງທ່ານ ກາລະມຸງຄຸນ ສຸພານຸວົງ ເອກອັກຄະລັດຖະທູດປະຈໍາສປປ ລາວ ທີ່ປະ ເທດຝຣັ່ງ, ມີຜູ້ຕາງໜ້າຈາກກະຊວງວັດທະນະທໍາ-ການທ່ອງທ່ຽວ (ວທ) ສປປ ລາວ, ມີຜູ້ເຂົ້າຮ່ວມ 300 ກວ່າທ່ານມາຈາກສະຖານທູດຕ່າງໆ, ກະຊວງການຕ່າງປະເທດທີ່ປະເທດຝຣັ່ງ, ພາກທຸລະກິດ, ຄົນເຊື້ອ ຊາດລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ  ຈະເປີດບໍລິການຕົ້ນປີ 2026

ໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ ຈະເປີດບໍລິການຕົ້ນປີ 2026

ພິທີເຊັນບົດບັນທຶກຮ່ວມມືໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ລະຫວ່າງພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ (ນວ) ແລະ ບໍລິສັດ ລຽງເຮັງການຄ້າ ບໍລິການຈັດສັນຕະຫຼາດ ຈຳກັດ ຈັດຂຶ້ນໃນວັນທີ 15 ທັນວານີ້ ທີ່ສຳນັກງານພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນວ.
ນະຄອນຫຼວງ​ວຽງຈັນ ຈະເອົາໃຈໃສ່ແກ້ໄຂໜີ້ສິນທີ່ຄຸມເຄືອ

ນະຄອນຫຼວງ​ວຽງຈັນ ຈະເອົາໃຈໃສ່ແກ້ໄຂໜີ້ສິນທີ່ຄຸມເຄືອ

ກອງ​ປະຊຸມ​ສະ​ໄໝສາມັນເທື່ອ​ທີ 10 ຂອງສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນຊຸດ​ທີ IV, ວັນທີ 16 ທັນວານີ້ ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນ, ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າ​ຄອງນະຄອນຫຼວງວຽງຈັນ, ຮອງ​ເຈົ້າ​ຄອງ​, ມີບັນ​ດາ​ທ່ານ​ການ​ນໍານະຄອນຫຼວງ​ວຽງຈັນ, ບັນດາ​ທ່ານສະມາຊິກ​ສະພາ​ແຫ່ງ​ຊາດປະ​ຈຳ​ເຂດ​ເລືອກ​ຕັ້ງ​ທີ 1 ແລະ ສະມາຊິກ​ສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນ ພ້ອມດ້ວຍແຂກຖືກເຊີນ.
ຮອງປະທານ ສນຊ ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ

ຮອງປະທານ ສນຊ ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ

ທ່ານ ຄໍາຜອຍ ວັນນະສານ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນໃນວັນທີ 15 ທັນວານີ້, ໂອກາດນີ້ໄດ້ເຂົ້າພົບປະທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ເພື່ອແຈ້ງຈຸດປະສົງໃນການລົງມາເຄື່ອນໄຫວໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ ໂດຍສະເພາະລົງເຄື່ອນໄຫວຊີ້ນໍາ ວຽກງານກະກຽມດຳເນີນກອງປະຊຸມໃຫຍ່ແນວລາວສ້າງຊາດແຂວງ ແລະ ວຽກກອງທຶນສາມັກຄີພັດທະນາຂອງແນວລາວສ້າງຊາດຢູ່ແຂວງຄຳມ່ວນ. ຈາກນັ້ນ, ໄດ້ສືບຕໍ່ພົບປະໂອ້ລົມການນຳ ແລະ ພະນັກງານຫຼັກແຫຼ່ງຂອງແນວລາວສ້າງຊາດແຂວງ.
ເພີ່ມເຕີມ